ຫຼາຍແຫ່ງສະຫຼອງວັນຄູແຫ່ງຊາດ ຄົບຮອບ 18 ປີ

ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 18 ປີ ຈັດຂຶ້ນຕອນເຊົ້າວັນທີ 5 ຕຸລາ 2012 ຢູ່ທີ່ສະໂມສອນໃຫຍ່ຄະນະເສດຖະເສດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງທ່ານ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍບັນດາລັດຖະມົນຕີຊ່ວຍວ່າການ ອະທິການບໍດີ ຄູ-ອາຈານ ແລະ ນັກສຶກສາ ໂອກາດດັ່ງກ່າວຜູ້ເຂົ້າຮ່ວມໄດ້ຮັບຟັງປາຖະກະຖາກ່ຽວກັບວັນຄູຈາກ ທ່ານ ເຈືອງ ສົມບູນຂັນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງທ່ານໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ ສິດ ພາລະບົດບາດ ແລະ ຄວາມສຳຄັນຂອງອາຊີບຄູແຕ່ອະດີດກໍຄືປັດຈຸບັນ ໂອກາດດັ່ງກ່າວ ພິທີຍັງໄດ້ຍ້ອງຍໍຜົນງານການເຄື່ອນໄຫວຂອງມະຫາໄລແຫ່ງຊາດ ໂດຍໄດ້ມອບຫຼຽນໄຊແຮງງານຊັ້ນ I ຈຳນວນ 4 ທ່ານ ຊັ້ນ II ຈຳນວນ 179 ທ່ານ ແລະ 1 ກົມກອງ ຊັ້ນ III ຈຳນວນ 285 ຄົນ ແລະ 5 ກົມກອງ ຫຼຽນກາແຮງງານ ຈຳນວນ 237 ທ່ານ ແລະ 1 ກົມກອງ ຫຼຽນກາມິດຕະພາບ 6 ກົມກອງ ແລະ ໃບຍ້ອງຍ້ອງລັດຖະບານ 106 ທ່ານ.
ຂ່າວແຈ້ງຕື່ມອີກວ່າ: ໃນວັນດຽວກັນ ກໍຍັງມີສະຖາບັນ ແລະ ໂຮງຮຽນອ້ອມຂ້າງນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 18 ປີຂຶ້ນເຊັ່ນດຽວກັນ ປະກອບມີ: ຢູ່ທີ່ວິທະຍາໄລເຕັກນິກຊັບພະວິຊາ ຈັດສະຫຼອງວັນຄູແຫ່ງຊາດ ຄົບຮອບ 18 ປີ ແລະ ສະຫຼອງວັນສ້າງຕັ້ງໂຮງຮຽນ ຄົບຮອບ 25 ປີ ເຊິ່ງມີທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີຊ່ວຍວ່່າການກະຊວງສຶກສາທິການ ແລະ ກີລາ ເຂົ້າຮ່ວມຢູ່ທີວິທະຍາໄລຣັດຕະນະ ບໍລິຫານທຸລະກິດ ເຂົ້າຮ່ວມໂດຍທ່ານ ສົມວັນດີ ນາຖາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມນັ້ນໂຮງຮຽນ ມສ ໜອງບອນ ໂຮງຮຽນ ມ.ປາຍ ສີສັດຕະນາກ ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ມສ ວຽງຈັນ ແລະ ໂຮງຮຽນ ມ.ປາຍ ຈັນທະບູລີ ກໍໄດ້ຈັດສະເຫຼີມສະຫຼອງວັນຄູ່ແຫ່ງຊາດ ຄົບຮອບ 18 ຂຶ້ນ ເຊັ່ນກັນ ເຊິ່ງມີບັນດາຜູ້ອຳນວຍການ ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ຂ່າວແຈ້ງຕື່ມວ່າ: ຫ້ອງການສຶກສາເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຂຶ້ນເຊັ່ນດຽວກັນ ໂດຍເປັນປະທານຂອງທ່ານ ແກ່ນ ວໍລະສານ ຮອງເຈົ້າເມືອງໆຫາດຊາຍຟອງ ມີຕາງໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ ຫົວໜ້າຫ້ອງການສຶກສາເມືອງ ພະນັກງານຄູ-ອາຈານ ພໍ່ແມ່ຜູ້ປົກນັກຮຽນ ພ້ອມນ້ອງນັກຮຽນທົ່ວເມືອງເຂົ້າຮ່ວມ.
ລູກຄ້າຫັນມາສົນໃຈພືດຜັກທີ່ປູກໃສ່ໂຟມຫຼາຍຂຶ້ນ

ໃນສະພາບປັດຈຸບັນທີ່ປະເທດເຮົາພວມມີການພັດທະນາ ໃນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດກະສິກຳເພື່ອຜະລິດສະບຽງອາຫານທີ່ມີຄຸນນະພາບສູງ ແລະ ປາສະຈາກສິ່ງປົນເຈືອຈາກສານເຄມີຕົກຄ້າງ ທີ່ຈະເປັນຜົນກະທົບຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາ ນັບທັງຜູ້ຜະລິດ ແລະ ຜູ້ບໍລິໂພກ ໂດຍເຫັນໄດ້ຄວາມສຳຄັນຕໍ່ບັນຫາດັ່ງກ່າວໃນຊຸມປີຜ່ານມາ ຊາວກະສິກອນ ແລະ ບໍລິສັດທີ່ເຮັດທຸລະກິດກ່ຽວກັບການກະເສດ ກໍໄດ້ພ້ອມກັນຫັນມານິຍົມເຮັດການຜະລິດສະອາດປອດສານເຄມີຫຼາຍຂຶ້ນ.
ບໍລິສັດ ມິດຕະພາບ ພັດທະນາການກະເສດ ຈຳກັດຜູ້ດຽວ ກໍເປັນບໍລິສັດໜຶ່ງທີ່ທົດລອງຫັນມາປູກພືດຜັກແບບທັນສະໄໝ ແຕ່ປອດສານເຄມີ ຫຼື ຜັກສະອາດ ຢູ່ພື້ນທີ່ການກະເສດຂອງຕົນ ຟາມກາບຊ້ອນເຂດບຶງສາລາຄຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອສະໜອງໃຫ້ສັງຄົມໄດ້ບໍລິໂພກພືກຜັກທີ່ສະອາດ ແລະ ປອດສານເຄມີ.
ທ່ານ ບຸນສວນ ພົມວົງສາ ວິຊາການປະຈຳຢູ່ບໍລິສັດດັ່ງກ່າວ ໄດ້ກ່າວໃຫ້ຮູ້ວ່າ: ບໍລິສັດ ມິດຕະພາບພັດທະນາການກະເສດ ໄດ້ເລີ່ມປູກຜັກສະຫຼັດໃສ່ໂຟມມາແຕ່ເດືອນກໍລະກົດ 2012 ເປັນຕົ້ນມາ ຊຶ່ງການປູກຈະປູກເປັນໂຕະ ທີ່ມີຂະໜາດຍາວ 10 ແມັດ ແລະ ກວ້າງປະມານແມັດປາຍ ຈຳນວນ 16 ໂຕະ ແຕ່ລະໂຕະສາມາດປູກໄດ້ 240 ຕົ້ນ ຜົນຜະລິດຈະໄດ້ 15-20ກິໂລຕໍ່ໂຕະ ແລະ ການປູກຈະໃຊ້ເວລາປະມານ 30-35ວັນ ຜົນຜະລິດຈຶ່ງສາມາດເກັບກູ້ຂາຍໄດ້ໃນລາຄາຂາຍກັບທີ່ກິໂລລະ 20ພັນກີບ ແລະ ຜ່ານການປູກເຫັນວ່າລູກຄ້າທົ່ວໄປມີຄວາມຕ້ອງການສູງ ເນື່ອງຈາກເປັນພືດຜັກປອດສານພິດ ມີລົດຊາດນຸ້ມນວນ ກອບ ແລະ ງາມ ດັ່ງນັ້ນ ໃນປັດຈຸບັນ ທາງບໍລິສັດຈຶ່ງໄດ້ມີແຜນຂະຫຍາຍການຜະລິດອອກຕື່ມປະມານ 16-32ໂຕະ ເນື່ອງຈາກການປູກພືດຜັກແບບນີ້ ຢູ່ນະຄອນຫຼວງບໍ່ທັນມີຜູ້ປູກຫຼາຍ ອັນໄດ້ເຮັດໃຫ້ຜົນຜະລິດຍັງຂາດຕະຫຼາດ.
ການປູກພືດຜັກໃສ່ໂຟມໃນເບື້ອງຕົ້ນຈະລົງທຶນສູງ ໃນຈຳນວນ 16 ໂຕະ ໃຊ້ທຶນປະມານ 78 ກວ່າລ້ານກີບ ເພື່ອຈັດຊື້ອຸປະກອນ ນັບແຕ່ອຸປະກອນການປູກ ແລະ ການມຸງບໍ່ໃຫ້ຝົນຕົກໃສ່ ແດດສ່ອງໃສ່ 100% ແລະ ບໍ່ໃຫ້ແມ້ງໄມ້ເຂົ້າໄປດ້ານໃນ ແລະ ເຮັດໃຫ້ປູກພືດຜັກໄດ້ຕະຫຼອດປີ.
ທ່ານ ບຸນສວນ ພົມວົງສາ ຍັງກ່າວຕື່ມວ່າ: ການລົງທຶນຈະສູງແຕ່ເບື້ອງຕົ້ນເທົ່ານັ້ນ ແຕ່ຂັ້ນຕອນຈະບໍ່ໄດ້ລົງທຶນຫຼາຍເນື່ອງຈາກອຸປະກອນອັນໃຫຍ່ໆ ຈະໃຊ້ກຸ້ມເປັນໄລຍະເວລາ 10 ປີຈຶ່ງຈະເປ່ເພ ແລະ ການປູກພືດຜັກໃສ່ໂຟມນີ້ ຖ້າຈະເວົ້າອີກຢ່າງໜຶ່ງແມ່ນຈະປູກ ແລະ ບົວລະບັດຮັກສາງ່າຍກວ່າປູກທົ່ວໄປ ແລະ ບໍ່ຈຳເປັນຕ້ອງໃຊ້ແຮງງານຫຼາຍຕື່ມອີກໃນ 16 ໂຕະ ຈະໃຊ້ແຮງງານຜູ້ດຽວກໍເຮັດລ້ອນ ເນື່ອງຈາກໄດ້ນຳໃຊ້ອຸປະກອນທີ່ທັນສະໄໝເຂົ້າຊ່ວຍ ອັນຫຍຸ້ງຍາກແດ່ໜ້ອຍໜຶ່ງກໍແມ່ນບັນຫາແນວພັນຕ້ອງໄດ້ນຳເຂົ້າຈາກປະເທດຢູໂຣບ ແລະ ຂອດການປູກເບື້ອງຕົ້ນເທົ່ານັ້ນ.
ລາຍຈ່າຍເພີ່ມສູງຂຶ້ນ ລັດຖະບານຕ້ອງເກັບລາຍຮັບໃຫ້ໄດ້ຫຼາຍກວ່າເກົ່າ
ໃນສົກປີ 2012-2013ລັດຖະບານ ກໍຄືກະຊວງການເງິນ ຈະຕ້ອງໄດ້ປັບປຸງ ແລະ ແກ້ໄຂຫຼາຍບັນຫາ ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ແລະ ຫຼາຍຂຶ້ນກວ່າເກົ່າ ທຽບໃສ່ສົກປີຜ່ານມາເພີ່ມຂຶ້ນຢູ່ໃນລະດັບ 32%ເນື່ອງຈາກສົກປີຕໍ່ໄປ ລັດຖະບານມີລາຍຈ່າຍເພີ່ມຂຶ້ນຈາກການເພີ່ມເງິນເດືອນໃຫ້ພະນັກງານລັດ ຈາກ 3.500ກີບຕໍ່ດັດສະນີ ເປັນ 4.800ກີບຕໍ່ດັດສະນີ ແລະ ເງິນອຸດໜູນຄ່າຄອງຊີບຜູ້ໜຶ່ງ 760.000ກີບ ການເພີ່ມເງິນບໍລິຫານໃຫ້ແກ່ 2ຂະແໜງການ ຄື: ຂະແໜງສຶກສາ ແລະ ສາທາ ເພື່ອໃຫ້ບັນລຸຄາດໝາຍສະຫັດສະວັດການພັດທະນາສຶກສາ ເພີ່ມລາຍຈ່າຍໃຫ້ກວມອັດຕາສ່ວນບໍ່ຫຼຸດ 17%ແລະ ສາທາ ໃຫ້ກວມ 9%ຂອງລາຍຈ່າຍທັງໝົດ ແລະ ງົບປະມານການກະກຽມຮັບໃຊ້ກອງປະຊຸມໃຫຍ່ໆສຳຄັນຂອງປະເທດ ແລະ ລະດັບສາກົນ ຄືກອງປະຊຸມອາແຊັບ 7ແລະ ກອງປະຊຸມອາເຊັມ 9ທີ່ ສປປ ລາວ ເປັນເຈົ້າພາບ.
ທ່ານ ພູເພັດ ຄຳພູນວົງ ລັດຖະມົນຕີວ່າການ ກະຊວງການເງິນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 8 ຕຸລາ 2012 ຜ່ານມານີ້ໄດ້ຮູ້ວ່າ: ການຈັດເກັບລາຍຮັບເຂົ້າງົບປະມານ ໃນສົກປີ 2011-2012ສາມາດປະຕິບັດໄດ້ 15ພັນຕື້ກີບ ເກີນແຜນຢູ່ໃນລະດັບ 5%ແຫຼ່ງລາຍຮັບທີ່ໄດ້ເກີນແຜນ ອັນພົ້ນເດັ່ນຕົ້ນຕໍແມ່ນລາຍຮັບຈາກສ່ວຍສາອາກອນເກີນແຜນ 10%ລາຍຮັບຈາກການຄຸ້ມຄອງ ບັນດາລັດວິສາຫະກິດສ່ວນລາຍຮັບຈາກທີ່ດິນແມ່ນບໍ່ໄດ້ຕາມຄາດໝາຍ ແຕ່ເຖິງຢ່າງໃດກໍຕາມ ການເກັບລາຍຮັບຈະໄດ້ຕາມຄາດໝາຍກໍຕາມ ແຕ່ກໍຍັງມີການຕົກເຮ່ຍເສຍຫາຍ ແລະ ຮົ່ວໄຫຼຢູ່.
ສະນັ້ນໃນສົກປີຕໍ່ໜ້າ ບັນຫານີ້ເປັນວຽກໜຶ່ງທີ່ກະຊວງການເງິນຈະຕ້ອງໄດ້ແກ້ໄຂ ກ່ຽວກັບການເກັບລາຍຮັບຈາກພາສີ ຈາກສ່ວຍສາອາກອນ ຈະໄດ້ມີມາດຕະການແກ້ໄຂຢ່າງເຂັ້ມງວດ ເປັນຕົ້ນ ຈະໄດ້ປັບປຸງລະບົບກົນໄກການເກັບພາສີ ແລະ ອາກອນໃຫ້ດີກວ່າເກົ່າ ແລະ ສ້າງຄວາມສະດວກສະບາຍໃຫ້ແກ່ການເສຍພັນທະພາສີອາກອນຫຼາຍຂຶ້ນ ແລະ ອື່ນໆ ໂດຍສະເພາະແມ່ນຈະໄດ້ເກັບພາສີອາກອນຜ່ານລະບົບທະນາຄານ ບໍ່ໃຫ້ເຈົ້າໜ້າທີ່ພາສີອາກອນເກັບໂດຍກົງ ເພາະມັນເປັນກົນໄກສ້າງໃຫ້ເຂົາເຈົ້າສວຍໃຊ້ໂອກາດຫຼາຍ ນອກນີ້ ຍັງຈະພະຍາຍາມລົງເລິກເກັບກຳຂໍ້ມູນຖານລາຍຮັບ ເນື່ອງຈາກວ່າຖານລາຍຮັບໃນປັດຈຸບັນຍັງມີຫຼວງຫຼາຍ ແຕ່ການຄຸ້ມຄອງບໍ່ໄດ້ດີບໍ່ທັນໄດ້ຄົບຖ້ວນ ຜູ້ທີ່ບໍ່ເສຍພາສີອາກອນຍັງມີຫຼາຍຢູ່ໃນພື້ນຖານເສດຖະກິດ ເປັນຕົ້ນ ລະບົບຫົວໜ່ວຍທຸລະກິດຍັງບໍ່ທັນຈິງໃຈມາແຈ້ງເສຍພາສີອາກອນ ຖ້າພວກເຮົາແກ້ໄຂບັນຫານີ້ໄດ້ຈະເຮັດໃຫ້ເປັນແຫຼ່ງໜຶ່ງທີ່ສາມາດຂຸດຄົ້ນລາຍຮັບເພີ່ມຂຶ້ນຕື່ມໃນຕໍ່ໜ້າ ແລະ ອັນສຳຄັນໜຶ່ງອີກ ກະຊວງການເງິນຍັງຈະໄດ້ຮ່ວມກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແກ້ໄຂບັນຫາພາສີທີ່ດິນ ເພາະພາສີທີ່ດິນເປັນແຫຼ່ງລາຍຮັບໃຫຍ່ແຫຼ່ງໜຶ່ງຂອງລັດ ຕໍ່ກັບແຫຼ່ງລາຍຮັບຈາກການສຳປະທານເຊົ່າທີ່ດິນຂອງລັດ ຊັບສິນຂອງລັດ ເປັນຕົ້ນ ສິ່ງປຸກສ້າງຂອງລັດ ກໍຈະຕ້ອງໄດ້ມີການຄຸ້ມຄອງໃຫ້ໄດ້ດີກວ່າເກົ່າ ເພາະວ່າໄລຍະຜ່ານມາ ການເກັບລາຍຮັບຈາກແຫຼ່ງດັ່ງກ່າວຍັງໄດ້ໜ້ອຍບໍ່ສົມຄຸນຄ່າລັດຕົກເຮ່ຍເສຍຫາຍຜົນປະໂຫຍດ ຍ້ອນການຊຸກເຊື່ອງລາຍຮັບ ແລະ ເກັບລາຍຮັບບໍ່ຄົບຖ້ວນ ກະແຈກກະຈາຍ ຄວາມຮັບຜິດຊອບບໍ່ລວມສູນ ອົງການທ້ອງຖິ່ນໃດກໍມີສິດຄຸ້ມຄອງເງິນກູ້ຢືມ ແລະ ຊ່ວຍເຫຼືອ ແລະ ຈະພະຍາຍາມປະຢັດມັດທະຢັດລາຍຈ່າຍລົງດ້ວຍການຄຸ້ມຄອງ ແລະ ປະຕິບັດຕາມລະບຽບຂອງການເງິນໃຫ້ດີກວ່າເກົ່າ.
ທ່ານລັດຖະມົນຕີວ່າການ ກະຊວງການເງິນ ຍັງໃຫ້ຮູ້ຕື່ມວ່າ: ສຳລັບລາຍຈ່າຍໃນສົກປີຜ່ານມາ ແມ່ນປະຕິບັດຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ ເປັນຕົ້ນ ລາຍຈ່າຍເງິນເດືອນ ເງິນບໍລິຫານຄົບຖ້ວນ ອັນພິເສດແມ່ນໄດ້ຈ່າຍເຂົ້າໃນການກະກຽມກອງປະຊຸມລະດັບສາກົນທີ່ ສປປ ລາວ ເປັນເຈົ້າພາບໄດ້ຢ່າງຄ່ອງຕົວ ນອກນີ້ຍັງໄດ້ຈັດຕັ້ງປະຕິບັດການສະສາງໜີ້ສິນຂອງລັດຖະບານ ໂດຍສະເພາະໜີ້ສິນເກົ່າແກ່ຄຸມເຄືອມາແຕ່ປີ 2000 ເປັນຕົ້ນມາ ຊຶ່ງມາຮອດເດືອນກັນຍາ 2012 ສາມາດຊຳລະໄດ້ປະມານ 5 ພັນຕື້ກີບ ໃນນັ້ນ ຊຳລະເປັນສ່ວນຫຼຸດ ປະມານ 3.800 ຕື້ກີບ ແລະ ໄດ້ອອກພັນທະບັດໄປໃຫ້ເຂົາເຈົ້າ ປະມານ 1.200 ຕື້ກີບ ອັນນີ້ກໍເປັນເຫດການໃໝ່ຂອງພວກເຮົາໃນສົກປີນີ້.
ໂຄງການກໍ່ສ້າງເສັ້ນທາງຕ່າງໆ ໄດ້ມີການປະມູນຕາມຫຼັກການ
ພິທີຖະແຫຼງຂ່າວກ່ຽວກັບການປະມູນໂຄງການກໍ່ສ້າງເສັ້ນທາງໃນຂອບເຂດທົ່ວປະເທດ ໄດ້ມີຂຶ້ນວັນທີ 5 ຕຸລາ 2012 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍມີທ່ານ ດຣ. ສັນຕິສຸກ ສິມມາລາວົງ ຫົວໜ້າຫ້ອງການກະຊວງ ຍທຂ ທ່ານ ປໍທອງ ໂງ່ນພະຈັນ ຮອງຫົວໜ້າກົມຂົວທາງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປໍທອງ ໂງ່ນພະຈັນ ໄດ້ກ່າວວ່າ: ກົມຂົວທາງມີໜ້າທີ່ຮັບຜິດຊອບໂດຍກົງ ໃນການພັດທະນາເສັ້ນທາງໃນທົ່ວປະເທດ ໃນນີ້ທາງຫຼວງແຫ່ງຊາດແມ່ນກະຊວງ ຍທຂ ເປັນຜູ້ຄຸ້ມຄອງໂດຍກົງ ສ່ວນເສັ້ນທາງແຂວງ ແລະ ເມືອງ ແມ່ນການສົມທົບຂອງກະຊວງ ຍທຂ ແລະ ອຳນາດການປົກຄອງກ່ຽວຂ້ອງແຕ່ກະຊວງ ຍທຂ ຈະຮັບຜິດຊອບດ້ານເຕັກນິກທຸກຢ່າງ ໂດຍມີພະແນກ ຍທຂ ແຂວງເປັນຜູ້ຕາງ ຕາມດ້ານງົບປະມານແມ່ນລັດຖະມົນຕີວ່າການກະຊວງ ຍທຂ ແລະ ເຈົ້າແຂວງເປັນຜູ້ຄຸ້ມຄອງ ບັນຫາທີ່ສັງຄົມໃຫ້ຄວາມສົນໃຈວ່າການກໍ່ສ້າງເສັ້ນທາງ ສ່ວນຫຼາຍແມ່ນບໍ່ມີການຈັດປະມູນການກໍ່ສ້າງ ຫຼື ບໍ່ນັ້ນ ຂໍຊີ້ແຈງວ່າມີການປະມູນຕາມຫຼັກການ ໂດຍສະເພາະການຈັດຊື້ຈັດຈ້າງ ຈະມີ 3 ປະເພດ ຄື: ແບບເປີດກວ້າງ ແບບບໍ່ເປີດກວ້າງ ແລະ ແບບເອກະຊົນລົງທຶນກ່ອນແລ້ວລັດຊຳລະຕາມຫຼັງ ໂດຍອີງໃສ່ຫົວໜ່ວຍຄິດໄລ່ທີ່ກຳນົດໃນປີ 2010 ແຕ່ປັດຈຸບັນ ອີງໃສ່ສະພາບການຂະຫຍາຍຕົວຂອງເສດຖະກິດ ຈຶ່ງໄດ້ມີການປັບຫົວໜ່ວຍຄິດໄລ່ຂຶ້ນປະມານ 3% ຈາກລາຄາເກົ່າ.
ທ່ານ ດຣ. ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ: ທຸກໂຄງການກໍ່ສ້າງທາງຢູ່ປະເທດເຮົາ ບໍ່ວ່າຈະເປັນການຊ່ວຍເຫຼືອລ້າ ກູ້ຢືມ ແລະ ໂຄງການທີ່ນຳໃຊ້ງົບປະມານຂອງລັດ ແມ່ນໄດ້ມີການປະມູນຕາມລະບຽບຫຼັກການ ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ ໂດຍສະເພາະ ໂຄງການທີ່ຈະມີການເປີດຊອງປະມູນວັນທີ 7 ພະຈິກ 2012 ທີ່ຈະມາເຖິງ ແມ່ນໂຄງການກໍ່ສ້າງຂົວ 7 ແຫ່ງຢູ່ແຂວງຫົວພັນ ແລະ ໂຄງການອື່ນໆອີກ ສ່ວນບາງໂຄງການທີ່ບໍ່ມີການປະມູນ ອາດຈະເປັນການສ້ອມແປງທາງສຸກເສີນທີ່ເກີດຈາກໄພທຳມະຊາດເທົ່ານັ້ນ ສະນັ້ນ ຈຶ່ງຂໍແຈ້ງໃຫ້ສັງຄົມເຂົ້າໃຈ ແລະ ຍິນດີຮັບຟັງການຕຳໜິຕິຊົມຈາກສັງຄົມ ແນໃສ່ເພື່ອເຮັດໃຫ້ໝົດທຸກຄົນມີສ່ວນຮ່ວມໃນການຕິດຕາມ ແລະ ປົກປັກຮັກສາຮ່ວມກັນ.
ຊຽງຂວາງ ຄືນເນື້ອທີ່ການຜະລິດໃຫ້ປະຊາຊົນ ຫຼັງສຳເລັດການເກັບກູ້ລະເບີດຕົກຄ້າງ
ເມື່ອບໍ່ດົນມານີ້ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມອັດໂຄງການເກັບກູ້ລະເບີດ ເຈມາສ ໂດຍທ່ານ ດວງຈິດ ຈັ້ງໄຊຫວ່າງ ຮອງເຈົ້າແຂວງ ທ່ານ ພົມມະຈັນ ຄຳມະນີຈັນ ຫົວໜ້າພະແນກປະຕິບັດງານ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ທ່ານ ອີເດຕະ ຫົວໜ້າໂຄງການທົດລອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຫຼ່ງຂ່າວຈາກແຂວງຊຽງຂວາງລາຍງານວ່າ: ຕະຫຼອດ 16 ປີຜ່ານມາ ໂຄງການດັ່ງກ່າວສາມາດກວດກູ້ເນື້ອທີ່ໄດ້ 30.000 ເຮັກຕາ ໂດຍສະເລ່ຍແຕ່ລະປີ ກວດກູ້ເນື້ອທີ່ໄດ້ກວ່າ 5.000 ເຮັກຕາ ແນວໃດກໍດີ ເພື່ອເພີ່ມທະວີການກວດກູ້ເນື້ອທີ່ໃຫ້ໄວ ແລະ ຫຼາຍຂຶ້ນກວ່າເກົ່າ ລັດຖະບານລາວໄດ້ຕົກລົງເຫັນດີຮ່ວມກັບອົງການ ເຈມາສ ແລະ ບໍລິສັດ ໂກມັດສຸ ປະເທດຍີ່ປຸ່ນ ດຳເນີນໂຄງການທົດລອງເຄື່ອງກົນຈັກທຳລາຍລະເບີດຢູ່ບ້ານນາຫອຍ ເມືອງແປກ ເຊິ່ງເປັນການຊ່ວຍເຫຼືອລ້າ ແລະ ໄດ້ທົດລອງສຳເລັດການເກັບກູ້ສະໜາມມິນລະເບີດບໍ່ທັນແຕກຢູ່ 5 ປະເທດທົ່ວໂລກມາແລ້ວ ໂດຍສະເພາະຢູ່ສະໜາມມິນປະເທດກຳປູເຈຍ.
ຜູ້ສື່ຂ່າວແຂວງຊຽງຂວາງລາຍງານຕື່ມວ່າ: ສຳລັບຢູ່ແຂວງຕົນ ເລີ່ມແຕ່ຕົ້ນເດືອນມັງກອນຫາທ້າຍພຶດສະພາ 2012 ໄດ້ນຳໃຊ້ງົບປະມານເກືອບ 110 ພັນໂດລາສະຫະລັດ ແລະ ອີກ 7.100 ໂດລາສະຫະລັດ ໄລຍະກະກຽມສົ່ງເຄື່ອງກົນຈັກກັບຄືນຍີ່ປຸ່ນນັ້ນ ສາມາດທຳລາຍລະເບີດໄດ້ຢ່າງຫຼວງຫຼາຍ ເປັນຕົ້ນ BLU 26 BLU 24 ແລະ ລູກປືນຄົກ 60 mm. 8.1 mm ສ່ວນລູກປືນ 105 mm ຂຶ້ນໄປ ລົດຄັນດັ່ງກ່າວບໍ່ສາມາດທຳລາຍໄດ້ ທ່ານ ອີເດຕະ ຫົວໜ້າໂຄງການທົດລອງໄດ້ກ່າວປິດໂຄງການທົດລອງຢູ່ແຂວງຊຽງຂວາງ ທັງຫວັງຈະໄດ້ຮັບການຮ່ວມມືໃນຕໍ່ໜ້າ ຂະນະທີ່ທ່ານ ດວງຈິດ ໄດ້ກ່າວຂອບໃຈຕໍ່ອົງການ ແລະ ລັດຖະບານຍີ່ປຸ່ນ ທີ່ຊ່ວຍເຫຼືອ ແລະ ນຳເອົາຄວາມຮູ້ໃໝ່ມາສູ່ປະຊາຊົນ ແລະ ຍັງເຮັດໃຫ້ປະຊາຊົນບ້ານນາຫອຍ ດຳລົງຊີວິດຢ່າງປອດໄພຈາກລະເບີດ ພາຍຫຼັງສຳເລັດການເກັບກູ້ ແລະ ທຳລາຍຖິ້ມ.
